My favorites | Sign in
Project Home Downloads Wiki Issues Source
Project Information
Members
Links

"ສ່ຽນພາສາລາວ" ແມ່ນຫຍັງ?
ສ່ຽນພາສາລາວແມ່ນໂປຣແກຣມເສີມໃຫ້ຄອມພິວເຕີຂອງທ່ານສາມາດອ່ານ ແລະ ຂຽນພາສາລາວໄດ້.
ດັ່ງທີ່ພວກເຮົາຮູ້ກັນດີວ່າໃນ Windows XP ບໍ່ວ່າຈະເປັນເວີຊັ້ນໃດກໍ່ຕາມ, ຈະບໍ່ມີພາສາລາວຕິດມານຳຊຶ່ງເປັນເຫດໃຫ້ບໍ່ສາມາດອ່ານແລະຂຽນພາສາລາວໄດ້,
ສະນັນເມື່ອທ່ານຕິດຕັ້ງ SiaN PaSaLao ນີ້ແລ້ວ ກໍ່ຈະເຮັດໃຫ້ທ່ານອ່ານ ແລະ ຂຽນພາສາລາວໄດ້.

ວິທີຕິດຕັ້ງສ່ຽນພາສາລາວ
ສ່ຽນພາສາລາວປະກອບດ້ວຍຟັອນລາວຢູນີໂຄດ(Saysettha OT) ແລະ Keyboard Layout ພາສາລາວ
ໝາຍຄວາມວ່າເມື່ອທ່ານຕິດຕັ້ງ ສ່ຽນພາສາລາວ ແລ້ວທ່ານກໍ່ຈະສາມາດອ່ານ ແລະ ຂຽນພາສາລາວໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງຕິດຕັ້ງຟັອນລາວອີກ.
ການຕິດຕັ້ງກໍ່ງ່າຍທີ່ສຸດພຽງດາວໂຫຼດສ່ຽນພາສາລາວຈາກໜ້າດາວໂຫຼດ http://code.google.com/p/pasalao/downloads/list
ຊື່ໄຟລ໌ SiaN_PaSaLao_2007.rar ຫຼັງຈາກນັ້ນ Unzip ດ້ວຍໂປຣແກຣມ WinRAR ຫຼື WinZIP ຕ່າງໆທ່ານກໍ່ຈະໄດ້ໄຟລ໌ SiaN PaSaLao 2007.exe
ຈາກນັ້ນກົດສອງບາດລະບົບຈະຕິດຕັ້ງແບບອັດຕະໂນມັດ ສຸດທ້າຍກົດປຸ່ມ Close ສິ້ນສຸດການຕິດຕັ້ງ.

SiaN PaSaLao 2007 ສາມາດໃຊ້ໄດ້ກັບ Windows XP, Vista ສຳລັບ Windows7 ຍັງບໍ່ເຄີຍລອງ..._

ການນຳໃຊ້ສ່ຽນພາສາລາວ
ຫຼັງຈາກຕິດຕັ້ງແລ້ວຈະມີ Keyboard Layout ອອກມາແບບອັດຕະໂນມັດທີ່ໄອຄອັນຮູບຄີບອດທີ່ແຈຂວາມືຂອງຄອມຂອງທ່ານ,
ທ່ານສາມາດປ່ຽນການຂຽນພາສາໂດຍກົດ Ctrl+Shift ຫຼື ຈະໃຊ້ເມົ້າສ໌ກົດກໍ່ໄດ້ຕາມໃຈມັກ.

ແລະ ແນ່ນອນທ່ານສາມາດດັດແປງລຶບ ຫຼື ເພີ່ມ Keyboard Layout ໄດ້ດ້ວຍການໃຊ້ Control panel.

ຄວາມເປັນມາຂອງ "ສ່ຽນພາສາລາວ"
ຫວ່າງໆຊິມາຂຽນ _ ...

Powered by Google Project Hosting